ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປະກາດການຈັດຕັ້ງຂັ້ນ ນໍາພາ-ບັນຊາ


   ວັນທີ 6 ມີນາ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດການຈັດຕັ້ງຂັ້ນຮອງກົມ, ທຽບເທົ່າກອງພັນໃຫຍ່, ກອງພັນ ແລະ ບັນດາພະແນກ ການ, ຂະແໜງການ, ກອງຮ້ອຍທີ່ຂຶ້ນກັບບັນດາກົມ ແລະ ກົມກອງຮາກຖານທີ່ຂຶ້ນກັບ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການຄະນະພັກ-ຄະນະບັນຊາກົມກອງ ຮາກຖານທົ່ວກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.

   ສະຫາຍ ພັນເອກ ຄໍາພຽນ ຈິດຕະສຸບັນດິດ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ວ່າດ້ວຍການສ້າງຕັ້ງກອງພັນເອກະລາດ, ອີງຕາມແຜນຍຸດທະສາດຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປັບປຸງການກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ, ອີງຕາມການສະເໜີຂອງກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດຕົກລົງສ້າງຕັ້ງກອງພັນເອກະລາດ ເອເລັກໂຕຣ ນິກ ( ລະຫັດ 216 ) ຂຶ້ນກັບກົມໃຫຍ່ເສນາທິການກອງທັບໂດຍກົງ-ຮອບດ້ານ ແລະ ຂໍ້ຕົກລົງວ່າດ້ວຍການຫັນກອງພັນ 986 ເປັນສູນເຂົ້າ-ແກ້ລະຫັດ ກົດລັບ 986 ( ທຽບເທົ່າ ກອງພັນໃຫຍ່ ) ທີ່ຂຶ້ນກັບກົມກົດລັບກົມໃຫຍ່ເສນາທິການກອງທັບ.

     ຈາກນັ້ນ, ສະຫາຍ ພັນເອກ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ ດ້ວຍການແຕ່ງຕັ້ງຮອງຫົວໜ້າກົມສື່ສານ ແລະ ຄະນະກົມເຄມີ ກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ອຸລາລອນ ສີສຸນາມເປັນຮອງຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ສະຫາຍພັນໂທ ຄໍາເຜີຍ ສິມມະໄລ ເປັນຮອງຫົວໜ້າກົມເຄມີ, ສະຫາຍ ພັນໂທ ຄໍາສະຫວັດ ໄຊຍະລາດ ເປັນຮອງຫົວໜ້າກົມເຄມີ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນໂທ ວິໄລສຸກ ນິດແກ່ນສຸດ ເປັນຫົວໜ້າການທະ ຫານໂຮງງານແຜນທີ່ກອງທັບ, ສະຫາຍ ພັນໂທ ທະນົງສອນ ທຳມະວົງ ເປັນຫົວໜ້າການທະຫານກອງສໍາຫຼວດວັດແທກແຜນທີ່ກອງທັບ, ສະຫາຍ ພັນໂທ ຄໍາຜຸຍ ໂຊດມີໄຊ ເປັນຫົວໜ້າການທະຫານສູນສື່ສານກອງທັບຮັບໃຊ້ການນໍາ ແລະ ພາກລັດບໍລິຫານ, ສະຫາຍ ພັນໂທ ອານົງສີ ແກ້ວຄໍາພັນ ເປັນຫົວ ໜ້າການເມືອງ, ສະຫາຍ ພັນໂທ ຄໍາພວງ ພັນທະລາວົງ ເປັນຮອງການທະຫານ ທັງເປັນຫົວໜ້າພະແນກເສນາທິການ, ສະຫາຍ ພັນໂທ ບຸນນຽນ ນົນສີມະ ວົງ ເປັນຮອງການເມືອງ ທັງເປັນຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ສີທັດ ເພັດສົງຄາມ ເປັນຮອງຫົວໜ້າສູນຮັບຜິດຊອບວຽກພະລາທິການ ທັງເປັນຫົວໜ້າພະແນກເຕັກນິກ, ສະຫາຍ ພັນຕີ ບຸນທະວີ ໂສວະນັດ ເປັນຮອງຫົວໜ້າສູນຮັບຜິດຊອບວຽກງານເຕັກນິກສື່ສານ ທັງເປັນຫົວໜ້າເຕັກນິກ ສື່ສານສູນ ສື່ສານກອງທັບຮັບໃຊ້ການນໍາ ແລະ ພາກລັດບໍລິຫານ, ສະຫາຍ ພັນໂທ ກໍລະກັນ ແສງສຸລິຍາ ເປັນຫົວໜ້າການເມືອງສູນ ເຂົ້າ-ແກ້ລະຫັດກົດ ລັບ 986, ສະຫາຍພັນໂທ ກົມມະລີ ແກ່ນພະຈັນ ເປັນຫົວໜ້າການທະຫານ, ສະຫາຍພັນໂທ ພອນຄໍາ ສຸຂະພັນ ເປັນຮອງການທະຫານທັງເປັນ ຫົວໜ້າ ພະແນກເສນາທິການ, ສະຫາຍ ພັນໂທ ຄໍາໃບ ບຸນສຸວັນ ເປັນຮອງການເມືອງ ທັງເປັນຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ບົວລັງ ວິໄລແສງ ເປັນ ຮອງຫົວໜ້າສູນຮັບຜິດຊອບວຽກງານພະລາ-ເຕັກນິກ, ທັງເປັນຫົວໜ້າພະແນກພະລາ-ເຕັກນິກສູນເຂົ້າ-ແກ້ລະຫັດກົດລັບ 986, ສະຫາຍ ພັນໂທ ສົມ ພວງ ສຸກພາວັນ ເປັນເລຂາສະເພາະຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ສະຫາຍ ພັນໂທ ອຸ່ນເຮືອນ ທິບປະ ວົງ ເປັນຫົວໜ້າການເມືອງສູນ 14, ສະຫາຍ ພັນຕີ ທອງດີ ໄຊບຸນເຮືອງ ເປັນຮອງການທະຫານ, ທັງເປັນຫົວໜ້າຂະແໜງເສນາ-ອົບຮົມສູນ 14 ກົມໃຫຍ່ ເສນາທິການກອງທັບ, ສະຫາຍ ພັນໂທ ຄໍາເສົາ ແສງດາລາ ເປັນຫົວໜ້າພະແນກບໍລິຫານ-ສັງລວມໂຮງພິມກົດລັບ, ສະຫາຍ ພັນໂທ ສ້ອຍສຸວັນ ກຸມພັກ ດີ ເປັນຮອງຫົວໜ້າພະແນກກຽມພ້ອມສູ້ຮົມກົມສູ້ຮົບ, ສະຫາຍ ພັນໂທ ສິດ ວົງວິເສດ ເປັນຮອງຫົວໜ້າການເມືອງກອງພັນເຄມີ 15, ສະຫາຍ ພັນໂທ ສີ ໂພ ຄໍາຫຼ້າ ເປັນຫົວໜ້າພະແນກສູ້ຮົບ-ອົບຮົມກົມເຄມີ, ສະຫາຍ ພັນໂທ ພູວົງ ໄຊຍະສອນເພັດ ເປັນຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນຕີ ສີສະຫວັນ ສຸວັນນະລັກເປັນຮອງພະແນກ ສູ້ຮົບ-ອົບຮົມ, ສະຫາຍ ຮ້ອຍເອກ ນາງ ຈັນມະນີ ສຸລິຍະແສງ ເປັນຮອງພະແນກແຜນການ-ສັງລວມກົມເຄມີ, ສະຫາຍ ພັນໂທ ຈັນວິໄລ ມິ່ງວິໄລ ເປັນຫົວໜ້າພະແນກແຜນການສັງລວມ ກົມແຜນທີ່ກອງທັບ, ສະຫາຍ ພັນໂທ ວັນເວັນ ມານະ ເປັນຫົວໜ້າພະແນກ ອົບຮົມ-ໂຮງຮຽນ, ສະຫາຍ ພັນໂທ ແພງທະວີ ສີຫາວົງ ເປັນຮອງພະແນກຂ່າວສານພູມສາດ, ສະຫາຍ ພັນຕີ ບົວລິວົງ ໄມພອນ ເປັນຮອງພະແນກອົບຮົມ- ໂຮງຮຽນ, ສະຫາຍ ພັນຕີ ໄກ່ແກ້ວ ສໍວຽງໄຊ ເປັນຮອງພະແນກເຕັກນິກແຜນທີ່ກົມແຜນທີ່ກອງທັບ, ສະຫາຍ ພັນໂທ ພອນໄຊ ວຽງມາລາ ເປັນຫົວໜ້າ ພະແນກແຜນການ ສັງລວມ ກົມປ້ອງກັນອາກາດ, ສະຫາຍ ພັນໂທ ວັນທອງ ໃຈອີສານ ເປັນຮອງພະແນກແຜນການສັງລວມ ກົມປ້ອງກັນອາກາດ, ສະ ຫາຍ ພັນໂທ ດອນສະຫວັນ ບົນຄໍາພັນ ເປັນຫົວໜ້າພະແນກເສນາສື່ສານ ກົມສື່ສານ, ສະຫາຍ ພັນໂທ ວັນສີ ສີໂພໄຊ ເປັນຫົວໜ້າພະແນກໄປສະນີ, ສະ ຫາຍ ພັນໂທ ລໍາໄພ ດວງຕາ ເປັນຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນຕີ ຫົງສາ ທອງຄໍາພາ ເປັນຮອງພະແນກເສນາສື່ສານ, ພັນຕີ ບຸນສີ ອຸ ດົມສຸກ ເປັນຮອງພະແນກໄປສະນີ, ສະຫາຍ ພັນຕີ ອຸດອນ ໄຊມຸງຄຸນ ເປັນຮອງພະແນກແຜນການ-ສັງລວມ ກົມສື່ສານ, ສະຫາຍ ພັນໂທ ບຸນກວ້າງ ສີສະ ແຫວງສຸກ ເປັນຫົວໜ້າການເມືອງ ກອງພັນ 216, ສະຫາຍ ພັນຕີ ບົວລາ ວົງວິໄລ ເປັນຫົວໜ້າການທະຫານ ກອງພັນ 216, ສະຫາຍ ພັນໂທ ສົມພຽງ ວົງພະຈັນ ເປັນຮອງການເມືອງ, ສະຫາຍ ພັນຕີ ພອນໄຊ ມະນີຈັນ ເປັນຮອງການທະຫານ, ສະຫາຍ ພັນໂທ ຄໍາພວງ ໄຊຫົວພັນ ເປັນຮອງກອງພັນ ຮັບຜິດ ຊອບວຽກງານພະລາທິການ, ສະຫາຍ ພັນຕີ ໂມ ຄຸນດາວົງ ເປັນຮອງກອງພັນຮັບຜິດຊອບວຽກງານເຕັກນິກກອງພັນ 216, ສະຫາຍ ພັນໂທ ນິວອນ ເປັນ ຫົວໜ້າພະແນກເຕັກນິກສູນສື່ສານຮັບ ໃຊ້ການນໍາ ແລະ ພາກລັດບໍລິຫານ, ສະຫາຍ ຮ້ອຍເອກ ແກ້ວມະນີ ວົງພົມ ເປັນຫົວໜ້າພະແນກບໍລິຫານ-ສັງ ລວມ, ສະຫາຍ ພັນໂທ ດາວັນ ມະນີວົງ ເປັນຮອງຫົວໜ້າພະແນກເສນາທິການ, ສະຫາຍ ພັນຕີ ບຸນທະວີ ວັນເຮືອງບຸນ ເປັນຮອງພະແນກການເມືອງ, ສະ ຫາຍ ພັນຕີ ແສງຈັນ ພັນທະລາວົງ ເປັນຮອງພະແນກເຕັກນິກ, ສະຫາຍ ພັນຕີ ນາງ ວັນນະຍູ ພິມມະສອນ ເປັນຮອງພະແນກພະລາທິການ, ສະຫາຍ ຮ້ອຍ ເອກ ພະນົມພອນ ຊາລີພອນ ເປັນຮອງພະແນກເຕັກນິກສື່ສານ, ສະຫາຍ ຮ້ອຍເອກ ສິນທອນ ຫຼວງນິກອນ ເປັນຮອງພະແນກບໍລິຫານ-ສັງລວມສູນສື່ສານ ຮັບໃຊ້ການນໍາ ແລະ ພາກລັດບໍລິຫານ, ສະຫາຍ ພັນຕີ ຈໍາປາ ອິນທະວົງ ເປັນຫົວໜ້າພະແນກບໍລິຫານສັງລວມສູນເຂົ້າ-ແກ້ລະຫັດ ກົດລັບ 986, ສະ ຫາຍ ພັນຕີ ຖາວອນ ອ່ອນແກ້ວຕາ ເປັນຫົວໜ້າພະແນກເຂົ້າ-ແກ້ລະຫັດພາກເໜືອ, ສະຫາຍ ພັນຕີ ນາງ ວັນຜິວ ມາໄລສອນ ເປັນຫົວໜ້າພະແນກເຂົ້າ- ແກ້ລະຫັດພາກກາງ, ສະຫາຍ ພັນຕີ ແອງຄໍາ ແພງສອນ ເປັນຫົວໜ້າພະແນກເຂົ້າ-ແກ້ລະຫັດພາກໃຕ້, ສະຫາຍ ພັນຕີ ນາງ ວັນເພັງ ໂຄດຂຸນຕາ ເປັນຫົວ ໜ້າພະແນກເຂົ້າ-ແກ້ລະຫັດພາກ ພັກ-ລັດ, ສະຫາຍ ພັນຕີ ລາພອນ ວົງຜາສຸກ ເປັນຮອງຫົວໜ້າພະແນກເສນາກົດລັບ, ສະຫາຍ ພັນຕີ ສົມເພັດ ຈັນທະ ບູນ ເປັນຮອງພະແນກການເມືອງ, ສະຫາຍ ພັນຕີ ຄໍາດາວ ສີຫາລາດ ເປັນຮອງພະແນກພະລາທິການ-ເຕັກນິກ ແລະ ສະຫາຍ ພັນຕີ ຄໍາຫວັນ ພົມມະຈັນ ເປັນຮອງພະແນກບໍລິຫານ-ສັງລວມ, ນອກຈາກນີ້ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າຂະແໜງການ ແລະ ກອງຮ້ອຍອີກຈໍານວນໜຶ່ງ.

ແຫຼ່ງທີ່ມາ: ເກດຕະວັນ
ວັນທີ 09/03/2023